본문으로 바로가기

법령 상세

Regulation of the Ministry of Industry and Commerce No. 0439/MOIC of March 30, 2023, on Copyright and Related Rights

법률 · key la-wipo-22054 · 기준일 2026-03-25

  • 조문 1

    seq 1

    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເລກທີ 0439 /ອຄ ນະຄອນຫຼວງວຽງຈັນ, ວັນທີ 30 ມີນາ 2023 ຂໍ້ຕົກລົງ ວ່າດ້ວຍລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ອີງຕາມ ກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 38/ສພຊ, ລົງວັນທີ 15 ພະຈິກ 2017; ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021; ອີງຕາມ ໜັງສືສະເໜີຂອງກົມຊັບສິນທາງປັນຍາ ສະບັບເລກທີ 0298/ກຊປ.ອຄ, ລົງວັນທີ 10 ມີນາ 2023. ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ: ໝວດທີ 1 ບົດບັນຍັດທົ່ວໄປ ມາດຕາ 1 ຈຸດປະສົງ ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານລິຂະສິ ແລະ ສິດກ່ຽວຂ້ອງກັບລິຂະສິດ ເປັນຕົ້ນ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ, ການເປັນ ຜູ້ຕາງໜ້າ, ອົງການຈັດຕັ້ງລິຂະສິດແບບລວມໝູ່ ແລະ ອົງການຄຸ້ມຄອງວຽກງານລິຂະສິດ ແລະ ສິດກ່ຽວຂ້ອງ ກັບລິຂະສິດ ເພື່ອແນໃສ່ຜັນຂະຫຍາຍກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໃຫ້ເປັນເອກະພາບໃນຂອບເຂດ ທົ່ວປະເທດ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ມາດຕາ 2 ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ລິຂະສິດ ແມ່ນສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕໍ່ຜົນງານປະດິດຄິດແຕ່ງທາງດ້ານ ສິລະປະກຳ, ວັນນະກຳ ຫຼື ວິທະຍາສາດ; ສິດກ່ຽວຂ້ອງກັບລິຂະສິດ ແມ່ນສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕໍ່ຜົນງານທາງດ້ານການ ສະແດງ, ບັນທຶກສຽງ ຫຼື ພາບ ແລະ ກະຈາຍສຽງ-ແຜ່ພາບ ຜ່ານສັນຍານເຂົ້າລະຫັດ ຫຼື ບໍ່ເຂົ້າລະຫັດ. 1 ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ຢູ່ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້: 1. ຜູ້ແຈ້ງຂໍ້ມູນ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຫຼື ຜູ້ສືບທອດຜົນປະໂຫຍດຂອງບຸກຄົນດັ່ງກ່າວ ທີ່ໄດ້ຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນການເປັນເຈົ້າຂອງສິດ ຫຼື ຜູ້ຖືສິດ; 2. ຄໍາຮ້ອງ ໝາຍເຖິງ ສຳນວນເອກະສານທີ່ຍື່ນຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; 3. ເຈົ້າຂອງລິຂະສິດ ຫຼື ນັກປະພັນ ໝາຍເຖິງ ບຸກຄົນ ຫຼື ກຸ່ມຄົນ ທີ່ໄດ້ປະດິດຄິດແຕ່ງຜົນງານທາງ ດ້ານສິລະປະກຳ, ວັນນະກຳ ແລະ ຜົນງານທາງດ້ານວິທະຍາສາດ ທີ່ສະແດງອອກດ້ວຍຮູບແບບ ຫຼື ວິທີການໃດ ໜຶ່ງ ຊຶ່ງລວມເອົາໝົດທຸກຄົນທີ່ມີສ່ວນຮ່ວມໃນການປະດິດຄິດແຕ່ງ ແລະ ສ້າງສັນຜົນງານ, ເວັ້ນເສຍແຕ່ໄດ້ ຕົກລົງກັນເປັນຢ່າງອື່ນ; 4. ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ ຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ ແລະ/ຫຼື ພາບ ຫຼື ຜູ້ກະຈາຍສຽງ-ແຜ່ພາບ ຫຼື ບຸກຄົນ ຫຼື ນິຕິບຸກຄົນທີ່ໄດ້ຮັບການໂອນສິດ ຫຼື ສືບທອດຜົນປະໂຫຍດ ຫຼື ສືບ ທອດມູນມໍລະດົກ ຫຼື ບຸກຄົນອື່ນທີ່ໄດ້ຮັບສິດຕາມກົດໝາຍ; 5. ການອະນຸຍາດນໍາໃຊ້ ໝາຍເຖິງ ການຕົກລົງໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນໍາໃຊ້ສິດ ກ່ຽວກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕາມເງື່ອນໄຂຂອງສັນຍາ; 6. ຜູ້ໄດ້ຮັບອະນຸຍາດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບສິດນໍາໃຊ້ຈາກເຈົ້າຂອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; 7. ໃບໂອນສິດ ໝາຍເຖິງ ເອກະສານທີ່ເປັນລາຍລັກອັກສອນປະເພດໜຶ່ງທີ່ໄດ້ກຳນົດ ກ່ຽວກັບການ ໂອນສິດ; 8. ໃບມອບສິດ ໝາຍເຖິງ ເອກະສານທີ່ເປັນລາຍລັກອັກສອນ ຊຶ່ງເຈົ້າຂອງສິດໄດ້ມອບສິດຂອງຕົນ ໃຫ້ບຸກຄົນໜຶ່ງ ຫຼື ຫຼາຍຄົນປະຕິບັດໜ້າທີ່ແທນຕົນ; 9. ຜູ້ມອບສິດ ໝາຍເຖິງ ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ມອບສິດຂອງຕົນ ໃຫ້ບຸກຄົນໜຶ່ງ ຫຼື ຫຼາຍຄົນ ປະຕິບັດໜ້າທີ່ແທນຕົນ ຫຼື ດໍາເນີນການອື່ນ ໃນການແຈ້ງຂໍ້ມູນລິຂະສິດ ຫຼື ສິດ ກ່ຽວຂ້ອງກັບລິຂະສິດ; 10. ຜູ້ຕາງໜ້າ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ຫຼື ສິດ ກ່ຽວຂ້ອງກັບລິຂະສິດ ໃຫ້ແຈ້ງຂໍ້ມູນລິຂະສິດ ຫຼື ດໍາເນີນການອື່ນ ກ່ຽວກັບການແຈ້ງຂໍ້ມູນລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດ. ມາດຕາ 4 ຂອບເຂດການນໍາໃຊ້ ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ ພົວພັນກັບວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຢູ່ ສປປ ລາວ. ມາດຕາ 5 ຜົນງານລິຂະສິດ ແລະ ສິດກ່ຽວຂ້ອງຂອງລິຂະສິດທີ່ໄດ້ຮັບສິດການປົກປ້ອງ ຜົນງານລິຂະສິດ ແລະ ສິດກ່ຽວຂ້ອງຂອງລິຂະສິດທີ່ໄດ້ຮັບສິດການປົກປ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 92 ແລະ 96 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຕ້ອງແມ່ນຜົນງານຕົ້ນສະບັບທີ່ແທ້ຈິງຂອງ ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຊຶ່ງໄດ້ຖືກນໍາສະເໜີໃນຮູບແບບ ຫຼື ວິທີໃດໜຶ່ງ ແລະ/ຫຼື ເຫັນໄດ້ເຖິງການສ້າງສັນທີ່ແຕກຕ່າງ. 2 ການປົກປ້ອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ກວມເອົາຮູບແບບຂອງຜົນງານທີ່ສະແດງອອກ, ແຕ່ບໍ່ກວມເອົາເນື້ອໃນໃຈຄວາມຂອງຜົນງານນັ້ນ ຊຶ່ງບໍ່ຈໍາເປັນຕ້ອງແມ່ນຜົນງານໃໝ່ ໂດຍອາດຈະເຄີຍມີມາ ກ່ອນ ຫຼື ມີຄົນອື່ນໄດ້ກ່າວເຖິງມາກ່ອນແລ້ວ. ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດອື່ນ ອາດຈະ ອີງໃສ່ເນື້ອໃນໃຈຄວາມດຽວກັນ ແຕ່ນໍາໃຊ້ຫຼາຍຮູບແບບຂອງການສະແດງອອກໃນຕົ້ນສະບັບຂອງຕົນ ໂດຍ ປະຕິບັດໄດ້ຕາມເງື່ອນໄຂຂອງການປົກປ້ອງ ດັ່ງລຸ່ມນີ້: 1. ຜົນງານທີ່ຖືກບັນທຶກເຂົ້າໃນວັດຖຸທີ່ສາມາດຈັບບາຍໄດ້ ຫຼື ໄຟລເອເລັກໂຕຣນິກ; 2. ຜົນງານການສະແດງອອກຊົ່ວຄາວ ທີ່ສາມາດບັນທຶກໄດ້ດ້ວຍເຄື່ອງບັນທຶກ, ການເກັບຮັກສາ ຫຼື ຜະລິດຊໍ້າສໍາເນົາຜົນງານເຫຼົ່ານັ້ນ ເຂົ້າໃນວັດຖຸທີ່ສາມາດຈັບບາຍໄດ້ ຫຼື ໄຟລເອເລັກໂຕຣນິກ; 3. ຜົນງານທີ່ສະແດງອອກທາງດ້ານວາຈາ, ການສະແດງສົດ ແລະ ການຖ່າຍທອດສົດ ທີ່ໄດ້ມີການບັນທຶກໄວ້; 4. ຜົນງານທີ່ຖືກສ້າງຂຶ້ນໃນຮູບແບບເອເລັກໂຕຣນິກທີ່ໄດ້ຖືກບັນທຶກໄວ້ ຫຼື ເກັບຮັກສາໃນວັດຖຸໃດໜຶ່ງ. ຜົນງານທີ່ຍັງບໍ່ທັນສົມບູນ ຫຼື ອາດຈະມີການປັບປຸງຕາມພາຍຫຼັງ ໄດ້ຮັບການປົກປ້ອງເປັນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ນັບຕັ້ງແຕ່ເວລາທີ່ຖືກບັນທຶກເຂົ້າໃນວັດຖຸທີ່ສາມາດຈັບບາຍໄດ້, ເຖິງວ່າເຈົ້າຂອງລິ ຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຈະປັບປຸງ ຫຼື ບໍ່ສືບຕໍ່ສ້າງສັນຜົນງານນັ້ນໃຫ້ສໍາເລັດກໍຕາມ. ຜົນງານສືບເນື່ອງຈາກລິຂະສິດ ຕ້ອງໄດ້ຮັບການປົກປ້ອງເປັນຜົນງານຕົ້ນສະບັບໃໝ່ ຊຶ່ງຕ້ອງໄດ້ຮັບ ອະນຸຍາດ ໂດຍມີ ຫຼື ບໍ່ມີ ເງື່ອນໄຂຈາກເຈົ້າຂອງລິຂະສິດຜົນງານຕົ້ນສະບັບເດີມ ທີ່ຖືກອ້າງອີງເຖິງໃນຜົນງານ ສືບເນື່ອງຈາກລິຂະສິດນັ້ນ. ມາດຕາ 6 ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ ຂໍ້ມູນ ຫຼື ເອກະສານທີ່ກຳນົດໄວ້ໃນມາດຕາ 94 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງຢູ່ໃນ ຜົນງານໃດໜຶ່ງຈະບໍ່ໄດ້ຮັບການປົກປ້ອງລິຂະສິດ ແລະ ບໍ່ຈໍາເປັນຕ້ອງຂໍອະນຸຍາດນໍາໃຊ້ ຫຼື ບໍ່ຖືວ່າເປັນການ ລະເມີດລິຂະສິດ, ແຕ່ບໍ່ໃຫ້ສ້າງຜົນງານຄືກັນກັບຜົນງານໃດໜຶ່ງນັ້ນ. ສໍາລັບການຜະລິດຊໍ້າການແປເອກະສານ ໃນຂໍ້ 3 ມາດຕາ 94 ທີ່ບໍ່ເປັນທາງການຂອງເອກະຊົນ ຕ້ອງໄດ້ຂໍອະນຸຍາດຈາກຜູ້ແປ. ໝວດທີ 2 ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມາດຕາ 7 ບຸກຄົນທີ່ສາມາດແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຈົ້າຂອງລິຂະສິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 99 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໂດຍ ບໍ່ຈຳແນກສັນຊາດ, ສະຖານທີ່ຈັດພິມ ຫຼື ສະຖານທີ່ດໍາເນີນທຸລະກິດ ໃນປະເທດທີ່ເປັນພາຄີຂອງສົນທິສັນຍາ ເບີນ ວ່າດ້ວຍການປົກປ້ອງຜົນງານທາງດ້ານສິລະປະກຳ ແລະ ວັນນະກຳ ສາມາດແຈ້ງຂໍ້ມູນລິຂະສິດ ແລະ ສິດ ທີ່ກ່ຽວຂ້ອງກັບລິຂະສິດ. ຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ, ຜູ້ກະຈາຍສຽງ-ແຜ່ພາບ ຫຼື ອົງການກະຈາຍສຽງ-ແຜ່ພາບ ຕາມທີ່ ໄດ້ກຳນົດໄວ້ໃນມາດຕາ 95 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໂດຍບໍ່ຈໍາແນກສັນຊາດ ຫຼື ສະຖານທີ່ ດໍາເນີນທຸລະກິດ ໃນປະເທດທີ່ເປັນພາຄີ ຂອງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ສາມາດແຈ້ງຂໍ້ມູນລິ ຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. 3 ມາດຕາ 8 ສໍານວນຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ສໍານວນຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ປະກອບມີເອກະສານ ດັ່ງນີ້: 1. ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕາມແບບພິມຂອງກົມຊັບສິນທາງປັນຍາ; 2. ໃບມອບສິດ ໃນກໍລະນີທີ່ຍື່ນຜ່ານຜູ້ຕາງໜ້າ; 3. ສໍາເນົາ ຫຼື ຮູບຖ່າຍຂອງຜົນງານ, ການສະແດງ, ການບັນທຶກສຽງ-ພາບ ຫຼື ການກະຈາຍສຽງ-ແຜ່ ພາບ ຈຳນວນ ສອງ ສະບັບ ຫຼື ໃນຟາຍເອເລັກໂຕຣນິກ; 4. ໃບຮັບເງິນຄ່າບໍລິການ. ສໍານວນຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໜຶ່ງສະບັບໃຊ້ໄດ້ສະເພາະ ແຕ່ຜົນງານດຽວເທົ່ານັ້ນ. ຄໍາຮ້ອງຂໍແຈ້ງຂໍ້ມູນໜຶ່ງສະບັບ ສາມາດແຈ້ງຫຼາຍຜົນງານທີ່ຢູ່ໃນຊຸດດຽວກັນ ເຊັ່ນ: ການລວບລວມບົດກະວີ, ບົດຄວາມ ແລະ ອື່ນໆ. ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕ້ອງເປັນພາສາລາວທຸກເອກະສານທີ່ຄັດ ຕິດມາກັບຄໍາຮ້ອງຂໍແຈ້ງຂໍ້ມູນ ກ່ຽວກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ເປັນພາສາຕ່າງປະເທດ ຕ້ອງແປເປັນພາສາລາວເທົ່ານັ້ນ ເປັນຕົ້ນ: ໃບມອບສິດ, ໃບໂອນສິດ, ໃບອະນຸຍາດນໍາໃຊ້ ຫຼື ເອກະສານອື່ນໆ ທີ່ກ່ຽວຂ້ອງ. ມາດຕາ 9 ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຜູ້ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕ້ອງຍື່ນຄໍາຮ້ອງຂໍແຈ້ງຂໍມູນລິຂະສິດ ເຖິງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຜ່ານທາງເອເລັກໂຕຣນິກ. ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້: 1. ຮັບຄໍາຮ້ອງກວດຄວາມຖືກຕ້ອງ ແລະ ຄົບຖ້ວນ ຕາມແບບຟອມຄໍາຮ້ອງ, ໃຫ້ເລກທີ ແລະ ວັນທີ ຍື່ນຄໍາຮ້ອງ ແລະ ອອກໃບຮັບເງິນຄ່າບໍລິການ. ໃນກໍລະນີສໍານວນຄໍາຮ້ອງບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕ້ອງແຈ້ງໃຫ້ຜູ້ແຈ້ງຂໍ້ມູນແຈ້ງຂໍ້ມູນລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດ ເອົາຄໍາຮ້ອງໄປດັດແກ້ຄືນໃໝ່. 2. ສົ່ງສໍານວນຄໍາຮ້ອງຂໍແຈ້ງຂໍ້ມູນແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດທີ່ຄົບຖ້ວນຕາມ ທີ່ກຳນົດໄວ້ໃນມາດຕາ 8 ຂອງຂໍ້ຕົກລົງສະບັບນີ້ ໃຫ້ກົມຊັບສິນທາງປັນຍາພາຍໃນ ຫ້າ ວັນລັດຖະການ ເພື່ອ ດໍາເນີນການຕາມຂັ້ນຕອນຕໍ່ໄປ; 3. ໃນກໍລະນີ ຜູ້ຮ້ອງຂໍແຈ້ງຂໍ້ມູນແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫາກມີຈຸດປະສົງ ຂໍຖອນຄໍາຮ້ອງ ຈະບໍ່ມີການສົ່ງຄືນຄ່າບໍລິການທີ່ໄດ້ຈ່າຍໄປແລ້ວ. ກໍລະນີ ຜູ້ທີ່ບໍ່ມີສະຖານທີ່ດໍາເນີນທຸລະກິດ ຫຼື ພູມລຳເນົາຢູ່ ສປປ ລາວ ຕ້ອງແຕ່ງຕັ້ງຜູ້ຕາງໜ້າ ເພື່ອດໍາເນີນການແທນຕົນ. ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ບໍ່ແມ່ນການຈົດທະບຽນເພື່ອໃຫ້ໄດ້ຮັບສິດໃນ ການປົກປ້ອງ ຫຼື ເປັນການຮຽກຮ້ອງສິດຄວາມເປັນເຈົ້າຂອງ, ເນື່ອງຈາກສິດດັ່ງກ່າວ ແມ່ນເກີດຂຶ້ນທັນທີ ພາຍຫຼັງມີການປະດິດຄິດແຕ່ງຜົນງານນັ້ນ ແຕ່ສາມາດແຈ້ງຂໍ້ມູນລິຂະສິດ ເພື່ອເປັນຫຼັກຖານ ຫຼື ເປັນຂໍ້ມູນ ໂດຍສະເພາະມີການລະເມີດ ຫຼື ຂໍ້ຂັດແຍ່ງ. 4 ໃນກໍລະນີ ມີຂໍ້ຂັດແຍ່ງເກີດຂຶ້ນ ກ່ຽວກັບການເປັນເຈົ້າຂອງຜົນງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິ ຂະສິດ, ສາມາດດໍາເນີນການ ຮ້ອງຟ້ອງຢູ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຂໍ້ຂັດແຍ່ງດັ່ງກ່າວ. ມາດຕາ 10 ການອອກໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ກົມຊັບສິນທາງປັນຍາ ຕ້ອງອອກໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ຜູ້ແຈ້ງຂໍ້ມູນແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ບັນທຶກຂໍ້ມູນເຂົ້າໃນຖານຂໍ້ມູນຂອງ ກົມຊັບສິນທາງປັນຍາ ແລະ ດໍາເນີນການອອກໃບຢັ້ງຢືນ ແລະ ສົ່ງໃບຢັ້ງຢືນໃຫ້ພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງ, ນະຄອນຫຼວງ ເພື່ອສົ່ງໃຫ້ເຈົ້າຂອງຄໍາຮ້ອງ ພາຍໃນ ສິບຫ້າ ວັນລັດຖະການ ນັບແຕ່ວັນຍື່ນຄໍາຮ້ອງ. ໝວດທີ 3 ການດໍາເນີນການຫຼັງ ການແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ມາດຕາ 11 ການປ່ຽນແປງຫຼັງການແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ເຈົ້າຂອງລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ສາມາດຍື່ນຄໍາຮ້ອງ ເພື່ອປ່ຽນຂໍ້ມູນ ກ່ຽວກັບ ຊື່ ແລະ/ຫຼື ທີ່ຢູ່ ຂອງເຈົ້າຂອງລິຂະສິດ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມແບບ ພິມຂອງກົມຊັບສິນທາງປັນຍາ ພ້ອມທັງຈ່າຍຄ່າບໍລິການ. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງສົ່ງຕໍ່ໃຫ້ກົມຊັບສິນທາງປັນຍາ ເພື່ອ ບັນທຶກທຸກການປ່ຽນແປງລົງໃນຖານຂໍ້ມູນຂອງກົມຊັບສິນທາງປັນຍາ ແລະ ອອກໃບຢັ້ງຢືນການປ່ຽນແປງ ການແຈ້ງຂໍ້ມູນດັ່ງກ່າວ. ມາດຕາ 12 ການຂໍສໍາເນົາໃບຢັ້ງຢືນການແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ເຈົ້າຂອງລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ສາມາດຂໍສໍາເນົາໃບຢັ້ງຢືນການແຈ້ງຂໍ້ມູນ ລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດໄດ້ເພື່ອໃຊ້ແທນສະບັບເດີມທີ່ເສຍຫາຍ ຫຼື ຊອກບໍ່ເຫັນ ຢູ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ພ້ອມທັງຈ່າຍຄ່າບໍລິການ. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງສົ່ງຕໍ່ໃຫ້ກົມຊັບສິນທາງປັນຍາ ບັນທຶກ ທຸກການປ່ຽນແປງລົງໃນຖານຂໍ້ມູນຂອງກົມຊັບສິນທາງປັນຍາ ແລະ ອອກໃບຢັ້ງຢືນສະບັບໃໝ່. ມາດຕາ 13 ການຍົກເລີກ ຫຼື ລົບລ້າງ ການແຈ້ງຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ໃນກໍລະນີການອອກໃບຢັ້ງຢືນຂໍ້ມູນລິຂະສິດ ແລະ ສິດທີ່ກ່ຽວຂ້ອງກັບລິຂະສິດ ອອກໃຫ້ແລ້ວນັ້ນເປັນ ຂໍ້ມູນທີ່ບໍ່ຖືກຕ້ອງ, ຂໍ້ມູນບິດເບືອນ ຫຼື ແອບອ້າງ ຄວາມເປັນເຈົ້າຂອງແທ້ຈິງຢູ່ໃນສໍານວນຄໍາຮ້ອງ, ປິດບັງຂໍ້ມູນ ຫຼື ມີການກະທຳໃດໜຶ່ງທີ່ລະເມີດ ຫຼື ບໍ່ສອດຄ່ອງກັບນິຕິກຳ ແລະ ກົດໝາຍ ກົມຊັບສິນທາງປັນຍາ ຕ້ອງດໍາເນີນ ຂັ້ນຕອນການຍົກເລີກ ຫຼື ລົບລ້າງໃບຢັ້ງຢືນດັ່ງກ່າວ ພ້ອມທັງບັນທຶກການຍົກເລີກ ຫຼື ລົບລ້າງ ລົງໃນຖານຂໍ້ ມູນຂອງກົມ ແລະ ແຈ້ງໃຫ້ເຈົ້າຂອງຜົນງານຮັບຊາບ. 5 ໝວດທີ 4 ການໂອນສິດ ແລະ ການອະນຸຍາດນໍາໃຊ້ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມາດຕາ 14 ການໂອນສິດ ແລະ ການບັນທຶກຂໍ້ມູນການໂອນສິດ ເຈົ້າຂອງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ສາມາດໂອນສິດຂອງຕົນທັງໝົດ ຫຼື ບາງສ່ວນ ໃຫ້ແກ່ຜູ້ຮັບໂອນສິດ ດ້ວຍການເຮັດສັນຍາ, ການສືບທອດມູນມໍລະດົກ ຫຼື ການໃຫ້ເປັນຂອງຂວັນ ໂດຍທີ່ຜູ້ ໂອນສິດ ແລະ ຜູ້ຮັບໂອນສິດ ສາມາດເຮັດໜັງສືເປັນລາຍລັກອັກສອນ ກ່ຽວກັບການໂອນສິດດັ່ງກ່າວ. ໃນກໍລະນີ ມີການໂອນກຳມະສິດຂອງນິຕິບຸກຄົນ ສໍາລັບສິດຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະ ສິດ ຕ້ອງໃຫ້ເປັນຕາມການກຳນົດໃນເອກະສານຂອງການໂອນກຳມະສິດດັ່ງກ່າວ. ໃນກໍລະນີບໍ່ໄດ້ຕົກລົງໄວ້ ເປັນຢ່າງອື່ນ, ການໂອນກຳມະສິດຂອງນິຕິບຸກຄົນ ໃຫ້ຖືວ່າມີການລວມເອົາການໂອນລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດຂອງນິຕິບຸກຄົນດັ່ງກ່າວນັ້ນ. ໃນກໍລະນີ ຕ້ອງການຄວາມກະຈ່າງແຈ້ງ ຫຼື ມີຄວາມສົງໃສ ກົມຊັບສິນທາງປັນຍາ ສາມາດແຈ້ງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອໃຫ້ບຸກຄົນທີ່ແຈ້ງການໂອນສິດນັ້ນ ຍື່ນຂໍ້ມູນ ຫຼື ເອກະສານເພີ່ມຕື່ມ. ໃນກໍລະນີ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ທີ່ໄດ້ແຈ້ງຂໍ້ມູນໄວ້ແລ້ວ ຫາກມີການໂອນສິດ, ຜູ້ໂອນສິດ ຫຼື ຜູ້ຮັບໂອນສິດ ສາມາດແຈ້ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອ ສົ່ງຕໍ່ໃຫ້ກົມຊັບສິນທາງປັນຍາ, ພ້ອມທັງສະໜອງເອກະສານ ກ່ຽວກັບການໂອນສິດດັ່ງກ່າວ ເພື່ອບັນທຶກເຂົ້າ ໃນຖານຂໍ້ມູນ. ມາດຕາ 15 ການອະນຸຍາດນໍາໃຊ້ສິດ ການຕົກລົງ ກ່ຽວກັບການອະນຸຍາດນໍາໃຊ້ສິດ ສາມາດບັນທຶກການແຈ້ງຂໍ້ມູນໄດ້ ໂດຍປະຕິບັດຕາມ ຂັ້ນຕອນເຊັ່ນດຽວກັນກັບທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງຂໍ້ຕົກລົງສະບັບນີ້. ໃນກໍລະນີ ມີການຖືສິດ ຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຮ່ວມກັນຫຼາຍຄົນ ການອະນຸຍາດນໍາໃຊ້ສິດແບບຜູກຂາດແຕ່ພຽງຜູ້ ດຽວ ຕ້ອງໄດ້ຮັບການເຫັນດີຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຮ່ວມທັງໝົດ, ເວັ້ນເສຍ ແຕ່ໄດ້ກຳນົດໄວ້ເປັນຢ່າງອື່ນຢູ່ໃນສັນຍາ. ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດໃດໜຶ່ງ ສາມາດ ອະນຸຍາດໃຫ້ນໍາໃຊ້ສິດໂດຍບໍ່ຈຳກັດແຕ່ພຽງຜູ້ດຽວ. ການຂາຍລາຍການໃດໜຶ່ງທີ່ປະກອບຢູ່ໃນຜົນງານການປະພັນ, ການສະແດງ, ການບັນທຶກສຽງ-ພາບ ຫຼື ການກະຈາຍສຽງ-ແຜ່ພາບ ຕ້ອງຖືວ່າ ເປັນການອະນຸຍາດໃຫ້ຜູ້ຊື້ ສາມາດຂາຍຕໍ່ໃຫ້ບຸກຄົນອື່ນ ເພື່ອ ຈຸດປະສົງນໍາໃຊ້ທົ່ວໄປ, ແຕ່ບໍ່ເປັນການໃຫ້ສິດແກ່ຜູ້ຊື້ ເຮັດສຳເນົາ, ການຜະລິດຊໍ້າ ຫຼື ສະແຫວງຫາຜົນ ປະໂຫຍດຂອງຜົນງານ ການປະພັນ, ການສະແດງ, ການບັນທຶກສຽງ-ພາບ ຫຼື ການກະຈາຍສຽງ-ແຜ່ພາບ, ເວັ້ນເສຍແຕ່ເຈົ້າຂອງສິດໄດ້ຕົກລົງເປັນຢ່າງອື່ນທີ່ເປັນລາຍລັກອັກສອນ. ການກຳນົດຢູ່ໃນວັກ 2 ຂອງມາດຕານີ້ ຈະປະຕິບັດເຊັ່ນດຽວກັນກັບ ການເຊົ່າ, ການເຊົ່າຊື້, ການໃຫ້ເປັນ ຂອງຂວັນ ຫຼື ດ້ວຍວິທີການອື່ນ ກ່ຽວກັບລາຍການໃດໜຶ່ງຂອງຜົນງານການປະພັນ, ການສະແດງ, ການບັນທຶກ ສຽງ-ພາບ ຫຼື ການກະຈາຍສຽງ-ແຜ່ພາບ. ໃນກໍລະນີ ການດໍາເນີນການດັ່ງກ່າວຫາກມີການກຳນົດເວລາ ຫຼື ຂອບ 6 ເຂດການນໍາໃຊ້, ການອະນຸຍາດນໍາໃຊ້ນັ້ນ ຈະມີກຳນົດເວລາ ແລະ ຂອບເຂດການນໍາໃຊ້ດຽວກັນ. ໃນກໍລະນີ ການໂອນກຳມະສິດຂອງນິຕິບຸກຄົນ ຊຶ່ງເປັນຜູ້ໄດ້ຮັບການອະນຸຍາດນໍາໃຊ້ໜຶ່ງ ຫຼື ຫຼາຍ ຜົນງານທີ່ມີລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ຕ້ອງຖືວ່າການອະນຸຍາດນໍາໃຊ້ນັ້ນຖືກໂອນພ້ອມກັບ ການໂອນກຳມະສິດຂອງນິຕິບຸກຄົນດັ່ງກ່າວ, ເວັ້ນເສຍແຕ່ໄດ້ຕົກລົງເປັນຢ່າງອື່ນຢູ່ໃນສັນຍາການອະນຸຍາດນໍາ ໃຊ້ ຫຼື ໃນເອກະສານ ກ່ຽວກັບການໂອນກຳມະສິດຂອງນິຕິບຸກຄົນນັ້ນ. ການໂອນກຳມະສິດຂອງນິຕິບຸກຄົນ ຈະບໍ່ມີຜົນຕໍ່ສັນຍາການອະນຸຍາດນໍາໃຊ້ ຊຶ່ງນິຕິບຸກຄົນດັ່ງກ່າວ ເປັນຜູ້ມອບການອະນຸຍາດນໍາໃຊ້, ເວັ້ນເສຍແຕ່ ໄດ້ກຳນົດໄວ້ເປັນຢ່າງອື່ນໃນສັນຍາການອະນຸຍາດນໍາໃຊ້. ໝວດທີ 5 ການຈຳກັດ ແລະ ການຍົກເວັ້ນສິດຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມາດຕາ 16 ການຈໍາກັດ ແລະ ການຍົກເວັ້ນ ໃນມາດຕາ 115 ແລະ ມາດຕາ 116 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໄດ້ກຳນົດ ກ່ຽວກັບ ການຈຳກັດ ແລະ ການຍົກເວັ້ນສິດຂອງເຈົ້າຂອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ບຸກຄົນທີ່ມີເຈດຕະ ນາອ້າງອີງໃສ່ບົດບັນຍັດໃນສອງມາດຕາດັ່ງກ່າວ ຕ້ອງປະຕິບັດ ຕາມບົດບັນຍັດ ກ່ຽວກັບການຍົກເວັ້ນແຕ່ລະຂໍ້ ຢ່າງເຂັ້ມງວດ. ການຍົກເວັ້ນເຫຼົ່ານີ້ ໃຫ້ຖືເປັນກໍລະນີພິເສດ ແລະ ບໍ່ຖືເປັນຫຼັກການທົ່ວໄປ ທີ່ອະນຸຍາດໃຫ້ມີການ ນໍາໃຊ້ ເພື່ອສະແຫວງຫາຜົນປະໂຫຍດຂອງຜົນງານລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ. ການອ້າງອີງຜົນງານທີ່ກຳນົດໄວ້ໃນຂໍ້ທີ 1 ແລະ 2 ຂອງວັກທີ 1 ແລະ ວັກທີ 3 ຂອງມາດຕາ 115 ຂອງກົດ ໝາຍ ວ່າດ້ວຍຊັບສິນທາງປັນຍາ ສາມາດເຮັດໄດ້ພຽງແຕ່ໃນກໍລະນີທີ່ການຜະລິດຊໍ້າ, ການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານຜົນງານເຫຼົ່ານັ້ນ ໂດຍທີ່ຜູ້ນໍາໃຊ້ບໍ່ມີສິດສະຫງວນການອ້າງອີງດັ່ງກ່າວເປັນຂອງຕົນໄດ້ ແລະ ຕ້ອງປະຕິບັດ ຕາມບົດບັນຍັດຂອງມາດຕານີ້. ການອ້າງອີງຜົນງານສາມາດດໍາເນີນການໄດ້ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດຈາກເຈົ້າຂອງຜົນງານ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ ໃນກໍລະນີ ການສະເໜີທີ່ຈະນໍາໃຊ້ນັ້ນສອດຄ່ອງກັບທຸກເງື່ອນໄຂ ດັ່ງນີ້: 1. ຜົນງານທີ່ຖືກອ້າງອີງນັ້ນ ໄດ້ຖືກເປີດເຜີຍສູ່ສາທາລະນະຊົນ ຢ່າງຖືກຕ້ອງຕາມກົດໝາຍ; 2. ການອ້າງອີງຜົນງານ ບໍ່ໄດ້ສໍາເນົາເອົາເນື້ອໃນເກີນຂອບເຂດຂອງການອ້າງອີງນັ້ນ, ໂດຍສະເພາະ ບົດບັນຍັດນີ້ ແມ່ນນໍາໃຊ້ສໍາລັບການອ້າງອີງຈາກບົດຄວາມໃນໜັງສືພິມ ແລະ ວາລະສານຕ່າງໆ ຢູ່ໃນຮູບແບບການສະຫຼຸບຂ່າວ; 3. ການອ້າງອີງຜົນງານ ໄດ້ມີການລະບຸຊື່ນັກປະພັນ ຫຼື ຜູ້ຖືສິດຢ່າງຖືກຕ້ອງ, ລວມທັງແຫຼ່ງທີ່ມາ ແລະ ຊື່ຂອງນັກປະພັນຖ້າມີຢູ່ໃນຜົນງານ; 4. ການນໍາໃຊ້ທີ່ຖືວ່າສອດຄ່ອງຕາມການນໍາໃຊ້ທີ່ເໝາະສົມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 18 ຂອງຂໍ້ຕົກລົງສະບັບນີ້, ໂດຍສະເພາະ ບໍ່ໃຫ້ຂັດກັບການສະແຫວງຫາຜົນປະໂຫຍດປົກກະຕິຂອງຜົນງານ ແລະ ບໍ່ສ້າງຜົນເສຍຫາຍຕໍ່ຜົນປະໂຫຍດອັນຊອບທຳຂອງນັກປະພັນ. 7 ຜົນງານໃດໜຶ່ງ ອາດຖືກນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ບໍ່ຈ່າຍຄ່າຕອບແທນ, ຖ້າການນໍາໃຊ້ທີ່ເໝາະສົມທີ່ໄດ້ສະເໜີມານັ້ນ ຫາກສອດຄ່ອງຕາມທຸກເງື່ອນໄຂ ດັ່ງນີ້: 1. ການນໍາໃຊ້ຜົນງານທີ່ໄດ້ກ່າວມານັ້ນ ອະນຸຍາດໃຫ້ສະເພາະແຕ່ຈຸດປະສົງຂອງການສິດສອນເທົ່ານັ້ນ, ໝາຍຄວາມວ່າ ນໍາໃຊ້ເນື້ອໃນຂອງເອກະສານໂດຍກົງເພື່ອຈຸດປະສົງຂອງການສິດສອນ, ແຕ່ບໍ່ໃຫ້ຜະລິດຊໍ້າ ເອກະສານດັ່ງກ່າວ ເພື່ອພິມຈຳໜ່າຍ ຫຼື ແຈກຢາຍໃນທາງການຄ້າ; 2. ການນໍາໃຊ້ຜົນງານທີ່ໄດ້ກ່າວມານັ້ນ ແມ່ນອະນຸຍາດສະເພາະແຕ່ກໍລະນີທີ່ສາມາດຢັ້ງຢືນຈຸດປະສົງ ຂອງການນໍາໃຊ້ເທົ່ານັ້ນ. ຂໍ້ຍົກເວັ້ນດັ່ງກ່າວ ນໍາໃຊ້ສະເພາະແຕ່ການຜະລິດຊໍ້າຜົນງານດ້ານວັນນະກຳ ແລະ ຮູບ ພາບຂອງຜົນງານດ້ານວິຈິດສິນ ເພື່ອຈຸດປະສົງຂອງການສາທິດໂດຍຜ່ານສື່ສິ່ງພິມ ແລະ ການນໍາໃຊ້ການ ກະຈາຍສຽງ-ແຜ່ພາບ ຫຼື ການບັນທຶກສຽງ ຫຼື ສຽງ ແລະ ພາບ ເພື່ອຈຸດປະສົງຂອງການສິດສອນ ເຊັ່ນ: ການ ສາຍພາບ-ສຽງ ເພື່ອສາທິດເນື້ອໃນຂອງການສິດສອນ ຢູ່ໃນຫ້ອງຮຽນເທົ່ານັ້ນ ໂດຍບໍ່ແມ່ນການສະແດງ ຫຼື ການຜະລິດຊໍ້າສໍາເນົາການບັນທຶກພາບ-ສຽງ ສໍາລັບສາທາລະນະຊົນທົ່ວໄປ; 3. ເນື້ອໃນຜົນງານທີ່ນໍາໃຊ້ ມີການອ້າງເຖິງນັກປະພັນ ຫຼື ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິ ຂະສິດ ລວມທັງແຫຼ່ງທີ່ມາ ແລະ ຊື່ຂອງນັກປະພັນຖ້າມີຢູ່ໃນຜົນງານນັ້ນ; 4. ການນໍາໃຊ້ທີ່ຖືວ່າສອດຄ່ອງກັບການນໍາໃຊ້ທີ່ເໝາະສົມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງຂໍ້ ຕົກລົງສະບັບນີ້, ໂດຍສະເພາະບໍ່ໃຫ້ຂັດກັບການສະແຫວງຫາຜົນປະໂຫຍດປົກກະຕິຂອງຜົນງານ ແລະ ບໍ່ສ້າງ ຜົນເສຍຫາຍຕໍ່ຜົນປະໂຫຍດອັນຊອບທຳຂອງນັກປະພັນ. ການຜະລິດຊໍ້າຮູບພາບຂອງຜົນງານດ້ານວິຈິດສິນ, ພາບຖ່າຍ ແລະ ຜົນງານດ້ານສິລະປະອື່ນໆ ແລະ ຜົນງານດ້ານສິລະປະປັບໃຊ້ ໂດຍການຖ່າຍຮູບ ຫຼື ການຖ່າຍຮູບເງົາ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດຈາກເຈົ້າຂອງ ສິດ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ, ຖ້າຫາກການຜະລິດຊໍ້າທີ່ສະເໜີມານັ້ນ ສອດຄ່ອງກັບທຸກເງື່ອນໄຂ ດັ່ງນີ້: 1. ຜົນງານທີ່ຈະຜະລິດຊໍ້າ ໄດ້ຖືກເຜີຍແຜ່, ນໍາສະເໜີ ຫຼື ສື່ສານສູ່ ສາທາລະນະຊົນແລ້ວ; 2. ການຜະລິດຊໍ້າດັ່ງກ່າວ ເປັນພຽງສ່ວນໜ້ອຍຂອງຜົນງານຮູບຖ່າຍ ຫຼື ຮູບເງົາ ແລະ ບໍ່ແມ່ນອົງ ປະກອບຕົ້ນຕໍຂອງຜົນງານຮູບຖ່າຍ ຫຼື ຮູບເງົາ; 3. ການຜະລິດຊໍ້າ ຕ້ອງບໍ່ຂັດກັບການສະແຫວງຜົນປະໂຫຍດປົກກະຕິຂອງຜົນງານ ແລະ ຕ້ອງບໍ່ສ້າງ ຜົນເສຍຫາຍຢ່າງບໍ່ເໝາະສົມຕໍ່ຜົນປະໂຫຍດອັນຊອບທຳຂອງຜູ້ຖືສິດ. ການຜະລິດຊໍ້າໂດຍສື່ມວນຊົນ ແລະ ການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານອື່ນຕໍ່ສາທາລະນະຊົນ ສາມາດເຮັດໄດ້ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດຈາກນັກປະພັນ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ, ຖ້າການກະທຳ ນັ້ນຫາກສອດຄ່ອງກັບທຸກເງື່ອນໄຂ ດັ່ງນີ້: 1. ການຜະລິດຊໍ້າ ຫຼື ການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານອື່ນ ກ່ຽວຂ້ອງກັບບົດຄວາມທີ່ໄດ້ລົງ ໃນໜັງສືພິມ ຫຼື ວາລະສານ; 2. ຫົວຂໍ້ທີ່ຈະຖືກນໍາມາຜະລິດຊໍ້າ ຫຼື ກະຈາຍສຽງ-ແຜ່ພາບ ກ່ຽວຂ້ອງກັບບັນຫາທາງດ້ານເສດຖະກິດ, ດ້ານການເມືອງ ຫຼື ສາດສະໜາ ໃນໄລຍະປະຈຸບັນ; 3. ແຫຼ່ງທີ່ມາຂອງເນື້ອໃນຜົນງານທີ່ຈະຜະລິດຊໍ້າ ໄດ້ມີການລະບຸຢ່າງຈະແຈ້ງ; 4. ການຜະລິດຊໍ້າ ຕ້ອງບໍ່ຂັດກັບການສະແຫວງຜົນປະໂຫຍດປົກກະຕິຂອງຜົນງານ ແລະ ຕ້ອງບໍ່ສ້າງ ຜົນເສຍຫາຍຢ່າງບໍ່ເໝາະສົມຕໍ່ຜົນປະໂຫຍດອັນຊອບທຳຂອງຜູ້ຖືສິດ. 8 ຜົນງານກ່ຽວກັບລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ສາມາດຜະລິດຊໍ້າ ແລະ ເຜີຍແຜ່ຕໍ່ສາທາລະນະ ຊົນ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດຈາກເຈົ້າຂອງສິດ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ, ຖ້າຫາກການກະທຳນັ້ນ ສອດຄ່ອງກັບທຸກເງື່ອນໄຂ ດັ່ງນີ້: 1. ເພື່ອລາຍງານເຫດການປະຈຸບັນດ້ວຍ ການຖ່າຍພາບ, ການຖ່າຍຮູບເງົາ, ການກະຈາຍສຽງ- ແຜ່ພາບ ຫຼື ການສື່ສານຕໍ່ສາທາລະນະຊົນ ດ້ວຍລະບົບສື່ສານທີ່ໃຊ້ສາຍ; 2. ກ່ຽວຂ້ອງກັບຜົນງານດ້ານ ສິລະປະກຳ ຫຼື ວັນນະກຳທີ່ໄດ້ເຫັນ ແລະ ໄດ້ຍິນໃນເຫດການທີ່ກຳລັງ ເກີດຂຶ້ນ; 3. ການຜະລິດຊໍ້າ ຫຼື ການສື່ສານຕໍ່ສາທາລະນະຊົນຂອງຜົນງານ ເພື່ອຈຸດປະສົງໃນການສະໜອງຂໍ້ມູນເທົ່ານັ້ນ; 4. ການຜະລິດຊໍ້າ ຫຼື ການສື່ສານດັ່ງກ່າວ ບໍ່ໃຫ້ຂັດກັບການສະແຫວງຫາຜົນປະໂຫຍດປົກກະຕິຂອງ ຜົນງານ ແລະ ບໍ່ສ້າງຜົນເສຍຫາຍ ຕໍ່ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງສິດ. ມາດຕາ 17 ການອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ສາມາດອະນຸຍາດໃຫ້ມີການສໍາເນົາ, ການຜະລິດຊໍ້າ ຫຼື ການສະແຫວງຫາຜົນປະໂຫຍດອື່ນ ໃນລັກສະນະໃດກໍໄດ້ ແລະ ຕ້ອງສອດຄ່ອງກັບເງື່ອນໄຂຂອງສັນຍາທີ່ຄູ່ ສັນຍາໄດ້ຕົກລົງກັນ. ການອະນຸຍາດ ສາມາດເຮັດແບບສະເພາະເຈາະຈົງ, ມີຂອບເຂດ ໃນການສະແຫວງຫາຜົນ ປະໂຫຍດຈາກຜົນງານຂອງຕົນ ຫຼື ກຳນົດຮູບແບບ ແລະ ເງື່ອນໄຂຂອງການອະນຸຍາດນັ້ນໃຫ້ແທດເໝາະກັບ ສະພາບການນໍາໃຊ້ຕົວຈິງໃນສັນຍາ. ໃນກໍລະນີ ມີຂໍ້ຂັດແຍ່ງເກີດຂຶ້ນ ກ່ຽວກັບການລະເມີດສັນຍາ, ຝ່າຍທີ່ອ້າງວ່າໄດ້ຮັບອະນຸຍາດໃຫ້ ສະແຫວງຫາຜົນປະໂຫຍດ ຕ້ອງຮັບຜິດຊອບໃນການນໍາເອົາຫຼັກຖານ ກ່ຽວກັບການອະນຸຍາດດັ່ງກ່າວນັ້ນມາ ຢັ້ງຢືນ, ແຕ່ເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕ້ອງຮັບຜິດຊອບໃນການປະກອບຫຼັກຖານ ເພື່ອ ປະຕິເສດການອະນຸຍາດດັ່ງກ່າວ. ໃນກໍລະນີ ມີຂໍ້ຂັດແຍ່ງທີ່ເກີດຂຶ້ນ ຊຶ່ງການອະນຸຍາດເປັນລາຍລັກອັກສອນໃນສັນຍາບໍ່ໄດ້ກຳນົດຢ່າງ ລະອຽດ ລະຫວ່າງຄູ່ຮ່ວມສັນຍາ, ການອະນຸຍາດຕໍ່ໄປນີ້ອາດຈະເປັນໄປໄດ້, ເວັ້ນເສຍແຕ່ໄດ້ຕົກລົງໄວ້ເປັນຢ່າງອື່ນ: 1. ການອະນຸຍາດທັງໝົດ ໃຫ້ຖືວ່າ ເປັນການອະນຸຍາດສະເພາະແຕ່ການສະແຫວງຫາຜົນປະໂຫຍດຢູ່ ໃນຂອບເຂດທີ່ລະບຸໄວ້ໃນສັນຍາເທົ່ານັ້ນ, ຖ້າຫາກມີການສະແຫວງຫາຜົນປະໂຫຍດເພີ່ມຕື່ມ ຕ້ອງໄດ້ ຂໍອະນຸຍາດເພີ່ມ; 2. ການອະນຸຍາດທັງໝົດໃຫ້ຖືວ່າບຸກຄົນທີ່ໄດ້ຮັບອະນຸຍາດ ບໍ່ມີສິດອະນຸຍາດໃຫ້ບຸກຄົນອື່ນ ສະແຫວງຫາຜົນປະໂຫຍດຈາກການອະນຸຍາດດັ່ງກ່າວນັ້ນ; 3. ການກະທຳໃດໜຶ່ງທີ່ໄດ້ຮັບອະນຸຍາດຊຶ່ງບໍ່ແມ່ນໃນທາງການຄ້າ ຈະຖືວ່າບຸກຄົນທີ່ໄດ້ຮັບອະນຸຍາດ ບໍ່ມີພັນທະຕ້ອງຈ່າຍຄ່າຕອບແທນໃຫ້ແກ່ຜູ້ໃຫ້ອະນຸຍາດ, ເວັ້ນເສຍແຕ່ການກະທໍາດັ່ງກ່າວ ກໍ່ໃຫ້ເກີດລາຍໄດ້ ຫຼື ຜົນປະໂຫຍດທາງດ້ານເສດຖະກິດ, ຕ້ອງມີການຈ່າຍຄ່າລິຂະສິດຢ່າງເໝາະສົມ ເຖິງຈະບໍ່ມີການຕົກລົງເງື່ອນ ໄຂການຈ່າຍຄ່າຕອບແທນໃນສັນຍາກໍຕາມ; 9 4. ໃນກໍລະນີ ເປັນການອະນຸຍາດບາງຄັ້ງຄາວ ທີ່ບໍ່ມີລັກສະນະທາງການຄ້າ ຊຶ່ງການນໍາໃຊ້ສິດນັ້ນບໍ່ໄດ້ ສ້າງລາຍຮັບ ຫຼື ບໍ່ນໍາໃຊ້ເຂົ້າໃນກິດຈະກຳທີ່ສ້າງຜົນກຳໄລ, ອາດມີການອະນຸຍາດດ້ວຍປາກເປົ່າ ຫຼື ດ້ວຍຮູບ ແບບໃດໜຶ່ງ ຂອງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; 5. ໃນກໍລະນີ ບໍ່ມີຫຼັກຖານສະແດງເຖິງການອະນຸຍາດທີ່ເປັນລາຍລັກອັກສອນ, ການກະທຳໃດໜຶ່ງໃນ ທາງການຄ້າທີ່ສ້າງລາຍຮັບ, ໃຫ້ຖືວ່າ ບໍ່ໄດ້ຮັບອະນຸຍາດ ແລະ ຕ້ອງຈ່າຍຄ່າຕອບແທນຢ່າງເໝາະສົມ. ມາດຕາ 18 ການນໍາໃຊ້ທີ່ເໝາະສົມ ການນໍາໃຊ້ທີ່ເໝາະສົມ ແມ່ນໄດ້ກຳນົດໄວ້ໃນມາດຕາ 115 ແລະ 116 ຊຶ່ງບົດບັນຍັດດັ່ງກ່າວ ມີການ ກຳນົດຂໍ້ຍົກເວັ້ນຫຼາຍຢ່າງຈາກຫຼັກການລວມ ຊຶ່ງບໍ່ແມ່ນການອະນຸຍາດແບບບໍ່ມີຂອບເຂດໃນການສໍາເນົາ, ການ ຜະລິດຊໍ້າ ຫຼື ໃຊ້ປະໂຫຍດຈາກຜົນງານ, ການສະແດງ, ການບັນທຶກສຽງ-ພາບ ແລະ ການກະຈາຍສຽງ-ແຜ່ພາບ; ຊຶ່ງການສໍາເນົາ ຫຼື ການຜະລິດຊໍ້າທັງໝົດ ຫຼື ການນໍາໃຊ້ເພື່ອສະແຫວງຫາຜົນປະໂຫຍດອື່ນ ຕ້ອງມີການ ອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ການນໍາໃຊ້ທີ່ເໝາະສົມ ແມ່ນກຳນົດບົນພື້ນຖານຂໍ້ມູນຄວາມຈິງ ໂດຍພິຈາລະນາທຸກບັນຫາທີ່ກ່ຽວຂ້ອງ ດັ່ງນີ້: 1. ຈຸດປະສົງ ແລະ ລັກສະນະຂອງການນໍາໃຊ້ ໂດຍພິຈາລະນາວ່າ ການນໍາໃຊ້ດັ່ງກ່າວນັ້ນ ແມ່ນເພື່ອ ຈຸດປະສົງທາງດ້ານທຸລະກິດ ຫຼື ການສຶກສາທີ່ບໍ່ຫວັງຜົນກຳໄລ ຫຼື ບໍ່; 2. ການນໍາໃຊ້ເນື້ອໃນຜົນງານ ໄດ້ມີການລະບຸ ແລະ ບົ່ງບອກເຖິງເຈົ້າຂອງລິຂະສິດ ຫຼື ເຈົ້າຂອງລິຂະ ສິດ ແລະ ສິດກ່ຽວຂ້ອງກັບລິຂະສິດອື່ນ ຫຼື ບໍ່; 3. ລັກສະນະຂອງຜົນງານທີ່ມີລິຂະສິດ ຫຼື ການສະແດງ, ການບັນທຶກສຽງ ຫຼື ການກະຈາຍສຽງ-ແຜ່ ພາບ ທີ່ໄດ້ຮັບການປົກປ້ອງ ລວມທັງ ຜົນງານທີ່ໄດ້ເຜີຍແຜ່ແລ້ວ ຫຼື ຍັງບໍ່ທັນໄດ້ເຜີຍແຜ່; 4. ຈຳນວນ ແລະ ສັດສ່ວນເນື້ອໃນທີ່ຖືກນໍາໃຊ້ ທຽບກັບຜົນງານທີ່ມີລິຂະສິດທັງໝົດ; 5. ຜົນກະທົບຈາກການນໍາໃຊ້ທີ່ມີຕໍ່ທ່າແຮງຂອງຕະຫຼາດ ຫຼື ມູນຄ່າຂອງຜົນງານທີ່ມີລິຂະສິດ. ການນໍາໃຊ້ທີ່ເໝາະສົມ ແມ່ນອະນຸຍາດສະເພາະແຕ່ກໍລະນີພິເສດທີ່ບໍ່ຂັດກັບການສະແຫວງຫາຜົນປະ ໂຫຍດປົກກະຕິຂອງຜົນງານ ຫຼື ບໍ່ລະເມີດສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດໂດຍບໍ່ສົມເຫດສົມຜົນ. ໃນການພິຈາລະນາການນໍາໃຊ້ທີ່ເໝາະສົມ ຍັງຕ້ອງຄໍານຶງເຖິງ ບັນຫາທັງໝົດເຖິງວ່າໃນບາງເຫດການ ອາດຈະຢູ່ໃນໜຶ່ງ ຫຼື ຫຼາຍປັດໃຈ ດັ່ງນີ້: 1. ການຜະລິດຊໍ້າ ແລະ ການເຜີຍແຜ່ພຽງແຕ່ສ່ວນໜ້ອຍໜຶ່ງຂອງຜົນງານ ໄດ້ສ້າງຜົນເສຍຫາຍຕໍ່ ຕະຫຼາດສໍາລັບຜົນງານນັ້ນ, ຊຶ່ງການຜະລິດຊໍ້າ ແລະ ການເຜີຍແຜ່ດັ່ງກ່າວ ບໍ່ຖືວ່າເປັນການນໍາໃຊ້ທີ່ເໝາະສົມ; 2. ການອ້າງຜົນງານຂອງຜູ້ອື່ນໂດຍບໍ່ບອກແຫຼ່ງທີ່ມາ ຖືວ່າບໍ່ເປັນການນໍາໃຊ້ທີ່ເໝາະສົມ ເນື່ອງຈາກວ່າ ມີການລະເມີດສິດດ້ານຈາລິຍະທຳຂອງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ເຖິງຢ່າງໃດກໍຕາມ, ໃຫ້ເບິ່ງເພີ່ມຕື່ມໃນຂໍ້ 3 ຂອງວັກນີ້; 3. ບາງຜົນງານໄດ້ເຮັດຂຶ້ນເພື່ອຈຸດປະສົງສະເພາະໃນການເຮັດສຳເນົາ, ການຜະລິດຊໍ້າທັງໝົດ ຫຼື ບາງສ່ວນຂອງຜົນງານ, ຕາມປົກກະຕິແລ້ວການນໍາໃຊ້ທີ່ເໝາະສົມ ແມ່ນຈຳກັດສໍາລັບຈຸດປະສົງດັ່ງກ່າວນັ້ນ ແຕ່ບໍ່ຈໍາເປັນຕ້ອງອ້າງເຖິງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດສະເໝີໄປຖ້າການນໍາໃຊ້ນັ້ນ ຫາກຢູ່ໃນຂອບເຂດຂໍ້ຈຳກັດທີ່ເຈົ້າຂອງສິດໄດ້ກຳນົດໄວ້ ແລະ ຍັງສອດຄ່ອງກັບການນໍາໃຊ້ທີ່ເໝາະສົມ; 10 4. ໃນກໍລະນີ ຜົນງານຍັງບໍ່ໄດ້ຖືກເຜີຍແຜ່ ແມ່ນບໍ່ເປັນບັນຫາໃນການພິຈາລະນາການນໍາໃຊ້ທີ່ ເໝາະສົມ ໂດຍອີງໃສ່ການພິຈາລະນາບັນຫາທັງໝົດຂ້າງເທິງ, ແຕ່ຕ້ອງຄໍານຶງເຖິງສິດທາງດ້ານ ຈາລິຍະທຳຂອງຜູ້ປະດິດຄິດແຕ່ງ ທີ່ຈະເປີດເຜີຍຄັ້ງທໍາອິດຕໍ່ສາທາລະນະຊົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 101 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ມາດຕາ 19 ການກະທຳທີ່ບໍ່ແມ່ນການນໍາໃຊ້ທີ່ເໝາະສົມ ອີງຕາມມາດຕາ 115 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ເຖິງວ່າຈະມີການວິເຄາະ ການນໍາໃຊ້ທີ່ເໝາະສົມຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງຂໍ້ຕົກລົງສະບັບນີ້ກໍຕາມ, ການກະທຳທີ່ ບໍ່ຖືວ່າເປັນການນໍາໃຊ້ທີ່ເໝາະສົມມີ ດັ່ງນີ້: 1. ການຜະລິດຊໍ້າດ້ວຍການສໍາເນົາຜົນງານດ້ານສະຖາປັດຕິຍະກຳ, ລວມທັງການຜະລິດຊໍ້າດ້ວຍການ ສ້າງຜົນງານດັ່ງກ່າວ ໂດຍບໍ່ໄດ້ຮັບອະນຸຍາດ; 2. ການຜະລິດຊໍ້າ ຫຼື ການສະແຫວງຫາຜົນປະໂຫຍດອື່ນໆ ດ້ວຍການຫຼົບຫຼີກຈາກມາດຕະການ ທາງດ້ານເຕັກໂນໂລຊີ ທີ່ນໍາໃຊ້ເພື່ອປົກປ້ອງ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ໂດຍບໍ່ໄດ້ຮັບອະນຸຍາດ; 3. ການຜະລິດຊໍ້າ ຫຼື ການສະແຫວງຫາຜົນປະໂຫຍດອື່ນໆ ດ້ວຍການຖອນ ຫຼື ດັດແປງຂໍ້ມູນ ເອເລັກໂຕຣນິກ ກ່ຽວກັບການຄຸ້ມຄອງສິດ ໂດຍບໍ່ໄດ້ຮັບອະນຸຍາດ; 4. ການນໍາໃຊ້ຜົນງານລວມທັງ ການນໍາໃຊ້ທີ່ຖືກຍົກເວັ້ນ ຕາມທີ່ໄດ້ກຳນົດສະເພາະໃນມາດຕາ 115 ແລະ 116 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ຊຶ່ງການນໍາໃຊ້ດັ່ງກ່າວ ຫາກຂັດກັບການ ສະແຫວງຫາຜົນປະໂຫຍດປົກກະຕິຂອງຜົນງານ ຫຼື ສ້າງຜົນເສຍຫາຍຢ່າງບໍ່ເໝາະສົມຕໍ່ຜົນປະໂຫຍດອັນຊອບ ທຳຂອງເຈົ້າຂອງສິດ ຖືວ່າເປັນການກະທຳທີ່ບໍ່ເປັນການນໍາໃຊ້ທີ່ເໝາະສົມ. ມາດຕາ 20 ການນໍາໃຊ້ທີ່ເໝາະສົມ ແລະ ການເຂົ້າເຖິງຜົນງານສໍາລັບຜູ້ພິການທາງສາຍຕາ ໃນມາດຕາ 115 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ໄດ້ກຳນົດ ກ່ຽວກັບການເຂົ້າເຖິງຜົນງານ ສໍາລັບບຸກຄົນທີ່ພິການທາງສາຍຕາ ໂດຍໄດ້ກຳນົດຂໍ້ຍົກເວັ້ນພິເສດ ທີ່ອະນຸຍາດໃຫ້ມີການແປຜົນງານດັ່ງກ່າວ ເປັນຕົວໜັງສືນູນ ຫຼື ຕົວໜັງສືອື່ນໆສໍາລັບບຸກຄົນພິການທາງສາຍຕາ. ການແປຕົວໜັງສືນູນ ຫຼື ຕົວໜັງສືອື່ນໆດັ່ງກ່າວນັ້ນ, ຖືວ່າເປັນຜົນງານທີ່ສືບເນື່ອງຂອງຜົນງານເດີມ. ໃນມາດຕາ 115 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ອະນຸຍາດໃຫ້ມີການແປດັ່ງກ່າວ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດຈາກເຈົ້າຂອງສິດ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ, ການນໍາໃຊ້ການແປດັ່ງກ່າວ ຕ້ອງບໍ່ຂັດກັບການສະແຫວງຫາຜົນປະໂຫຍດ ປົກກະຕິຂອງຜົນງານ ຫຼື ບໍ່ສ້າງຜົນເສຍຫາຍຕໍ່ຜົນປະໂຫຍດອັນຊອບທຳຂອງເຈົ້າຂອງສິດ. ຂໍ້ຍົກເວັ້ນດັ່ງກ່າວ ນໍາໃຊ້ສະເພາະການແປສະບັບຕົ້ນເປັນຕົວໜັງສືນູນ ຫຼື ຕົວໜັງສືອື່ນໆສໍາລັບຜູ້ພິການທາງສາຍຕາ ຊຶ່ງບໍ່ກວມ ເອົາການຍົກເວັ້ນການສໍາເນົາການແປດັ່ງກ່າວ ທີ່ໄດ້ມີການແປຜ່ານມາແລ້ວທີ່ບໍ່ໄດ້ຮັບອະນຸຍາດ. ມາດຕາ 21 ຜົນງານດ້ານວັນນະກຳທີ່ໄດ້ຢຸດຕິການຈັດພິມ ການນໍາໃຊ້ຜົນງານທີ່ ໄດ້ຢຸດຕິການຈັດພິມ ຫຼື ບໍ່ມີຢູ່ໃນ ສປປ ລາວ ໃຫ້ປະຕິບັດດັ່ງນີ້: 1. ຕ້ອງພິຈາລະນາວ່າ ຜົນງານດັ່ງກ່າວມີລິຂະສິດ ຢູ່ ຫຼື ບໍ່ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 5 ຂອງຂໍ້ ຕົກລົງສະບັບນີ້; 2. ຖ້າຫາກວ່າຜົນງານຍັງໄດ້ຮັບການປົກປ້ອງຢູ່ ໃຫ້ພິຈາລະນາວ່າຜົນງານທີ່ສະເໜີຂໍນໍາໃຊ້ນັ້ນ ຕ້ອງມີ ການຂໍອະນຸຍາດ ຫຼື ບໍ່; 11 3. ການອ້າງອີງຜົນງານທີ່ຢຸດຕິການຈັດພິມ ສາມາດເຮັດໄດ້ໂດຍອີງໃສ່ເງື່ອນໄຂເຊັ່ນດຽວກັນກັບການ ຂໍອະນຸຍາດນໍາໃຊ້ຜົນງານອື່ນ, ເປັນຕົ້ນ ການຂໍອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະ ສິດ ຫຼື ຕາມການຍົກເວັ້ນທີ່ໄດ້ກຳນົດໄວ້ໃນມາດຕາ 115 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ລວມ ທັງຫຼັກການຂອງການນໍາໃຊ້ທີ່ເໝາະສົມ (ຖ້າມີ); 4. ຖ້າຫາກຜູ້ຈັດພິມວາງແຜນຈະພິມເຜີຍແຜ່ສໍາເນົາເພີ່ມຕື່ມ ຫຼື ພິມຄັ້ງໃໝ່, ການອ້າງອີງໃສ່ຫຼັກການ ນໍາໃຊ້ທີ່ເໝາະສົມແມ່ນບໍ່ສາມາດເຮັດໄດ້ ຍ້ອນວ່າການຜະລິດຊໍ້າສໍາເນົາດັ່ງກ່າວນັ້ນ ອາດຈະສ້າງຜົນກະທົບຕໍ່ ການສະແຫວງຫາຜົນປະໂຫຍດປົກກະຕິຂອງຜົນງານ. ສໍາລັບຈຸດປະສົງຂອງການນໍາໃຊ້ ເພື່ອສະແຫວງຫາຜົນປະໂຫຍດທີ່ຈະເຮັດໃນລັກສະນະ ຫຼື ຮູບແບບ ທີ່ ບໍ່ສອດຄ່ອງກັບຂໍ້ຍົກເວັ້ນໃດໜຶ່ງທີ່ບໍ່ຈຳເປັນຕ້ອງມີການຂໍອະນຸຍາດ ແມ່ນຈໍາເປັນຕ້ອງຂໍອະນຸຍາດ ຈາກເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ການຂໍອະນຸຍາດສໍາລັບຜົນງານທີ່ໄດ້ຢຸດຕິການຈັດພິມ ອາດຈະເຮັດໄດ້ໃນລັກສະນະດຽວກັນກັບຜົນງານທີ່ ມີການຈັດພິມ. ຫຼາຍສຳນັກພິມ ມີສ່ວນຮ່ວມໃນການຮ່າງໃບອະນຸຍາດນໍາໃຊ້ ເພື່ອອໍານວຍຄວາມສະດວກໃນການຂໍ ແລະ ອະນຸມັດ ຫຼື ປະຕິເສດ ການໃຫ້ອະນຸຍາດ ຕາມເງື່ອນໄຂທີ່ກຳນົດໂດຍເຈົ້າຂອງສິດ. ບາງລາຍການ ຈຳເປັນຕ້ອງ ໄດ້ມີການອະນຸຍາດຜະລິດຊໍ້າ ເຖິງວ່າຈໍານວນທີ່ຈະສຳເນົາເປັນພຽງບາງສ່ວນຂອງບົດຄວາມທັງໝົດ ເຊັ່ນ: ເສັ້ນ ສະແດງ, ຕາຕະລາງ, ຮູບພາບ, ກາບກອນ ແລະ ອື່ນໆ ທີ່ປະກອບເປັນສ່ວນໜຶ່ງຂອງຜົນງານທັງໝົດ. ໂດຍທົ່ວໄປ, ຈະ ອະນຸຍາດບົນພື້ນຖານບຸກຄົນທີ່ຈະສຳເນົາຕ້ອງປະຕິບັດຕາມເງື່ອນໄຂໃນການອ້າງອີງແຫຼ່ງຂໍ້ມູນຢ່າງຖືກຕ້ອງ. ການໃຫ້ ຫຼື ປະຕິເສດການອະນຸຍາດ ສໍາລັບຜົນງານທີ່ຢຸດພິມຈຳໜ່າຍ ມີຜົນທາງດ້ານກົດໝາຍຄືກັນກັບການ ອະນຸຍາດທີ່ໄດ້ໃຫ້ ຫຼື ປະຕິເສດສໍາລັບຜົນງານທີ່ຍັງມີການພິມຈຳໜ່າຍຢູ່. ໃນກໍລະນີໄດ້ຮັບອະນຸຍາດ ການຜະລິດຊໍ້າ ຫຼື ການນໍາໃຊ້ອື່ນໆ ຄວນໄດ້ຮັບການປະຕິບັດໃຫ້ສອດຄ່ອງກັບເງື່ອນໄຂຂອງການອະນຸຍາດ. ບຸກຄົນທີ່ມີຈຸດປະສົງຢາກຜະລິດຊໍ້າຜົນງານທີ່ຢຸດຕິການຈັດພິມ ຕ້ອງຂໍອະນຸຍາດເສຍກ່ອນ. ຖ້າວ່າ ມີເຫດຜົນພຽງພໍ ແລະ ມີຄວາມຈໍາເປັນທີ່ຈະຜະລິດຊໍ້າຜົນງານທັງໝົດ ແຕ່ບໍ່ສາມາດຊອກຫາເຈົ້າຂອງສິດ ໄດ້, ຜົນງານດັ່ງກ່າວນັ້ນໄດ້ຢຸດຕິການຈັດພິມ ແລະ ໃນເມື່ອຊອກຫາຜູ້ຖືສິດບໍ່ເຫັນ ຕ້ອງຄໍານຶງເຖິງບັນຫາ ໃນການກໍານົດວ່າ ການຜະລິດຊໍ້າທີ່ໄດ້ສະເໜີມານັ້ນ ເປັນການນໍາໃຊ້ທີ່ເໝາະສົມ, ຖ້າວ່າການຜະລິດຊໍ້າດັ່ງ ກ່າວເປັນໄປຕາມເງື່ອນໄຂຄື: ຜົນງານທີ່ຢຸດຕິການຈັດພິມທີ່ຈະຜະລິດຊໍ້າ ມີພຽງແຕ່ບາງສ່ວນ ແລະ ບໍ່ເກີນ 2 ໜ້າເຈ້ຍຂະໜາດ A4; ຜົນງານທີ່ຈະຜະລິດຊໍ້າ ແມ່ນມີຈຳນວນໜ້ອຍ. ມາດຕາ 22 ການຍົກເວັ້ນການນໍາໃຊ້ຜົນງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ອີງຕາມຫຼັກການລວມຢູ່ໃນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ການເຮັດສຳເນົາ, ການຜະລິດຊໍ້າ, ການສະແຫວງຫາຜົນປະໂຫຍດຈາກຜົນງານໃດໜຶ່ງ, ການສະແດງ, ການບັນທຶກສຽງ-ພາບ ຫຼື ການກະຈາຍ ສຽງ-ແຜ່ພາບ ໂດຍບຸກຄົນທີ່ບໍ່ແມ່ນເຈົ້າຂອງສິດ ຖືວ່າເປັນການລະເມີດ ເວັ້ນເສຍແຕ່ໃນກໍລະນີ ດັ່ງນີ້: 1. ການເຮັດສຳເນົາ, ການຜະລິດຊໍ້າ ຫຼື ການສະແຫວງຫາຜົນປະໂຫຍດອື່ນ ໂດຍໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ; 2. ຜົນງານທີ່ກໍາລັງຖືກສໍາເນົາ, ການຜະລິດຊໍ້າ ຫຼື ສະແຫວງຫາຜົນປະໂຫຍດ ທີ່ບໍ່ໄດ້ຮັບການປົກປ້ອງ ເປັນລິຂະສິດ; 12 3. ຜົນງານທີ່ກໍາລັງຖືກສໍາເນົາ, ການຜະລິດຊໍ້າ ຫຼື ສະແຫວງຫາຜົນປະໂຫຍດ ທີ່ບໍ່ເຄີຍໄດ້ຮັບການປົກ ປ້ອງ ຫຼື ໄດ້ຮັບການປົກປ້ອງແລ້ວ ແຕ່ວ່າໄລຍະເວລາການປົກປ້ອງດັ່ງກ່າວແມ່ນໝົດອາຍຸ; 4. ຜົນງານທີ່ກຳລັງຖືກສໍາເນົາ ແມ່ນໄດ້ຮັບການຍົກເວັ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ. ໝວດທີ 6 ການເປັນຜູ້ຕາງໜ້າໃນການແຈ້ງຂໍ້ມູນ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມາດຕາ 23 ຜູ້ຕາງໜ້າໃນການແຈ້ງຂໍ້ມູນລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ບຸກຄົນທີ່ມີສິດຕາງໜ້າ ໃຫ້ແກ່ເຈົ້າຂອງສິດ ຫຼື ຜູ້ຖືສິດ ໃນການດໍາເນີນການແຈ້ງຂໍ້ມູນລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ແລະ ດຳເນີນການອື່ນ ດັ່ງນີ້: 1. ໃນກໍລະນີ ຄໍາຮ້ອງດຽວທີ່ມີເຈົ້າຂອງ ຮ່ວມກັນຫຼາຍຄົນ ໃບມອບສິດຕ້ອງມີລາຍເຊັນຂອງໝົດ ທຸກຄົນ ເວັ້ນເສຍແຕ່ມີບຸກຄົນໃດໜຶ່ງ ຫາກເສຍຊີວິດ; 2. ທະນາຍຄວາມທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນການທາງດ້ານກົດໝາຍໃນ ສປປ ລາວ; 3. ບໍລິສັດຜູ້ຕາງໜ້າບໍລິການຈົດທະບຽນຊັບສິນທາງປັນຍາ; 4. ພະນັກງານ ຂອງນິຕິບຸກຄົນ ຫຼື ການຈັດຕັ້ງ; 5. ພົນລະເມືອງລາວທີ່ຜູ້ແຈ້ງຂໍ້ມູນວ່າຈ້າງ. ສໍາລັບຜູ້ແຈ້ງຂໍ້ມູນແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ເປັນຄົນຕ່າງປະເທດ ຕ້ອງຍື່ນ ຄໍາຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຜ່ານບໍລິສັດຜູ້ຕາງໜ້າບໍລິການຈົດທະບຽນຊັບສິນ ທາງປັນຍາ ຫຼື ທະນາຍຄວາມທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການທາງດ້ານກົດໝາຍ ໃນ ສປປ ລາວ ເທົ່ານັ້ນ. ຜູ້ຕາງໜ້າ ຕ້ອງແມ່ນບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຕາມການມອບສິດ ທີ່ເຮັດເປັນລາຍລັກອັກສອນ ແລະ ມີລາຍເຊັນຂອງຜູ້ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼື ຜູ້ມອບສິດ. ກົມຊັບສິນທາງປັນຍາ ຈະຮັບຮູ້ເງື່ອນໄຂທີ່ໄດ້ກຳນົດໄວ້ໃນໃບມອບສິດ, ເວັ້ນເສຍແຕ່ເງື່ອນໄຂຂອງ ໃບມອບສິດຫາກບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ. ມາດຕາ 24 ການມອບສິດໃຫ້ເປັນຜູ້ຕາງໜ້າ ການມອບສິດໃຫ້ເປັນຜູ້ຕາງໜ້າ ຕ້ອງກຳນົດດັ່ງລຸ່ມນີ້: 1. ເງື່ອນໄຂ ແລະ ຂອບເຂດ ຂອງການເປັນຜູ້ຕາງໜ້າ; 2. ສິດທີ່ຖືກມອບໝາຍໃຫ້ດໍາເນີນການໃດໜຶ່ງ ທີ່ກ່ຽວຂ້ອງ ຢູ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ກົມຊັບສິນທາງປັນຍາ; 3. ໄລຍະເວລາ (ຖ້າມີ); 4. ຜູ້ມອບສິດສາມາດຍົກເລີກໄດ້ທຸກເວລາ ໂດຍບໍ່ສົ່ງຜົນກະທົບຕໍ່ສິດຂອງຜູ້ຕາງໜ້າ ໃນການໄດ້ຮັບ ຄ່າຕອບແທນຈາກການບໍລິການ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ເກີດຂຶ້ນໃນລະຫວ່າງການຕິດຕໍ່ພົວພັນກັບພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ກົມຊັບສິນທາງປັນຍາ. ໃບມອບສິດໜຶ່ງຕ້ອງນໍາໃຊ້ສະເພາະແຕ່ຄໍາຮ້ອງດຽວເທົ່ານັ້ນ. 13 ກໍລະນີ ໃບມອບສິດບໍ່ໄດ້ກຳນົດ ຂອບເຂດ ຫຼື ໄລຍະເວລາ ຂອງການເປັນຜູ້ຕາງໜ້າ ຫຼື ການດໍາເນີນ ການອື່ນ ທີ່ກ່ຽວຂ້ອງກັບໃບມອບສິດດັ່ງກ່າວ ແລະ ອາຍຸຂອງໃບມອບສິດ ຖືວ່າສິ້ນສຸດລົງໃນເມື່ອທຸກບັນຫາ ທີ່ກ່ຽວຂ້ອງກັບຄໍາຮ້ອງດັ່ງກ່າວ ຫຼື ການດໍາເນີນການອື່ນ ຫາກສໍາເລັດແລ້ວ, ແຕ່ບໍ່ເກີນໄລຍະເວລາ ສາມ ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃນກໍລະນີ ຜູ້ອອກໃບມອບສິດເປັນ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃບມອບສິດຕ້ອງໄດ້ລົງລາຍເຊັນ ໂດຍຜູ້ມີສິດອຳນາດຂອງນິຕິບຸກຄົນ ຫຼື ການຈັດຕັ້ງ ດັ່ງກ່າວ. ໃນກໍລະນີ ຜູ້ອອກແບບຮ່ວມກັນຫຼາຍຄົນ ຫາກມີຜູ້ໃດຜູ້ໜຶ່ງປະຕິເສດບໍ່ລົງລາຍເຊັນໃນໃບມອບສິດ ຖືວ່າໃບມອບສິດດັ່ງກ່າວ ບໍ່ມີຜົນບັງຄັບໃຊ້. ມາດຕາ 25 ການສ້າງສໍານວນເອກະສານຂຶ້ນໃໝ່ ກົມຊັບສິນທາງປັນຍາ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍ ຫຼື ເຈົ້າຂອງສຳນວນເອກະສານ ສົ່ງສໍາເນົາເອກະສານທີ່ ກ່ຽວຂ້ອງ ຫຼື ເອກະສານທີ່ໄດ້ຕິດຕໍ່ພົວພັນກັບກົມຊັບສິນທາງປັນຍາ ພ້ອມທັງຢັ້ງຢືນຄວາມຖືກຕ້ອງ ແລະ ຄົບ ຖ້ວນຂອງສໍາເນົາດັ່ງກ່າວ ລວມທັງເອກະສານ ຫຼື ສຳນວນເອກະສານທີ່ກ່ຽວຂ້ອງ ທີ່ໄດ້ຕິດຕໍ່ພົວພັນກັບກົມ ຊັບສິນທາງປັນຍາ. ກົມຊັບສິນທາງປັນຍາ ຕ້ອງສ້າງສໍາເນົາສໍານວນເອກະສານ ຫຼື ເອກະສານອື່ນໆທີ່ເສຍຫາຍ ຫຼື ຊອກບໍ່ ເຫັນນັ້ນຂຶ້ນມາໃໝ່. ໝວດທີ 7 ອົງການຈັດຕັ້ງລິຂະສິດແບບລວມໝູ່ ມາດຕາ 26 ການສ້າງຕັ້ງອົງການຈັດຕັ້ງລິຂະສິດແບບລວມໝູ່ ອົງການຈັດຕັ້ງລິຂະສິດແບບລວມໝູ່ ແມ່ນການຈັດຕັ້ງທີ່ສ້າງຂຶ້ນ ເພື່ອເຮັດໜ້າທີ່ໃນການຄຸ້ມຄອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 118, 119 ແລະ 120 ຂອງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ມາດຕາ 27 ການຈົດທະບຽນເປັນອົງການຈັດຕັ້ງລິຂະສິດແບບລວມໝູ່ ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງຢາກດໍາເນີນການສ້າງຕັ້ງ ອົງການຈັດຕັ້ງລິຂະສິດ ແບບລວມໝູ່ ຕ້ອງຍື່ນຄໍາຮ້ອງຂໍຈົດທະບຽນ ຢູ່ກົມຊັບສິນທາງປັນຍາ. ການຈົດທະບຽນເປັນອົງການຈັດຕັ້ງລິຂະສິດແບບລວມໝູ່ ຕ້ອງຍື່ນຄໍາຮ້ອງ ພ້ອມດ້ວຍເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງ ຕາມແບບພິມຂອງກົມຊັບສິນທາງປັນຍາ. ມາດຕາ 28 ການສົ່ງເສີມ ແລະ ສະໜັບສະໜູນອົງການຈັດຕັ້ງລິຂະສິດແບບລວມໝູ່ ກົມຊັບສິນທາງປັນຍາ ມີໜ້າທີ່ສົ່ງເສີມ ແລະ ສະໜັບສະໜູນ ອົງການຈັດຕັ້ງລິຂະສິດແບບລວມໝູ່ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດ. ໃນການສົ່ງເສີມ ແລະ ສະໜັບສະໜູນດັ່ງກ່າວ ລວມທັງການໃຫ້ຄໍາແນະນໍາ ທາງດ້ານກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ການປະຕິບັດຂອງສາກົນ ໂດຍຜ່ານການເຜີຍແຜ່ ເອກະສານ, ກອງປະຊຸມປຶກສາຫາລື ແລະ ການສໍາມະນາ. ຈຸດປະສົງຂອງການສົ່ງເສີມ ແລະ ການສະໜັບສະ ໜູນ ເພື່ອຊຸກຍູ້ໃຫ້ການເຄື່ອນໄຫວວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ປ້ອງກັນ 14 ການລະເມີດ ຫຼື ໃນກໍລະນີເຫັນວ່າມີການລະເມີດເກີດຂຶ້ນ ຕ້ອງມີການແກ້ໄຂຢ່າງຮີບດ່ວນ ແລະ ນຳໃຊ້ ມາດຕະການ ເພື່ອປ້ອງກັນບໍ່ໃຫ້ມີການລະເມີດເກີດຂຶ້ນອີກ. ກົມຊັບສິນທາງປັນຍາ ຕ້ອງເຜີຍແຜ່ ແຈ້ງການ ທີ່ກຳນົດນະໂຍບາຍ, ລະບຽບການ ແລະ ຄໍາແນະນໍາ ຂອງຕົນ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງລິຂະສິດແບບລວມໝູ່ ເປັນ ແຕ່ລະໄລຍະ. ກົມຊັບສິນທາງປັນຍາ ຕ້ອງສ້າງ ແລະ ຮັກສາບັນຊີລາຍຊື່ອົງການຈັດຕັ້ງລິຂະສິດແບບລວມໝູ່ ທີ່ໄດ້ຈົດທະບຽນນໍາກົມ ແລະ ເຜີຍແຜ່ບັນຊີລາຍຊື່ດັ່ງກ່າວ ເປັນແຕ່ລະໄລຍະ. ໝວດທີ 8 ການຄຸ້ມຄອງ ວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມາດຕາ 29 ການຄຸ້ມຄອງວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ການຈັດຕັ້ງປະຕິບັດຄຸ້ມຄອງວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ປະກອບມີ ສອງ ຂັ້ນ ຄື: 1. ຂັ້ນສູນກາງ ແມ່ນ ກົມຊັບສິນທາງປັນຍາ; 2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ. ມາດຕາ 30 ສິດ ແລະ ໜ້າທີ່ ຂອງກົມຊັບສິນທາງປັນຍາ ກົມຊັບສິນທາງປັນຍາ ມີສິດ ແລະ ໜ້າທີ່ ດັ່ງນີ້: 1. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບການຄຸ້ມຄອງວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິ ຂະສິດ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ; 2. ເຜີຍແຜ່ແນະນໍາຂໍ້ຕົກລົງສະບັບນີ້ ແລະ ນິຕິກຳກ່ຽວຂ້ອງກັບ ວຽກງານລິຂະສິດ ແລະ ສິດກ່ຽວຂ້ອງ ກັບລິຂະສິດ; 3. ພິຈາລະນາສໍານວນຄໍາຮ້ອງ ກ່ຽວກັບການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການອະນຸຍາດສ້າງຕັ້ງອົງການຈັດຕັ້ງລິຂະສິດແບບລວມໝູ່, ປ່ຽນຊື່ ແລະ/ຫຼື ທີ່ຢູ່, ອະນຸຍາດນໍາໃຊ້, ໂອນສິດ ແລະ ການສະເໜີອື່ນກ່ຽວກັບ; 4. ແຈ້ງຂໍ້ມູນລິຂະສິດ, ບັນທຶກ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບການແຈ້ງຂໍ້ມູນລິຂະສິດ ແລະ ສິດ ກ່ຽວຂ້ອງກັບລິຂະສິດ; ຂະສິດ; 5. ຍົກເລີກ ຫຼື ລົບລ້າງ ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ອື່ນໆ; 6. ອອກ, ໂຈະ, ຖອນ ໃບອະນຸຍາດ ສ້າງຕັ້ງອົງການຈັດຕັ້ງລິຂະສິດແບບລວມໝູ່; 7. ຄົ້ນຄວ້າ ແລະ ພິຈາລະນາ ຄໍາຊີ້ແຈງການແຈ້ງປະຕິເສດ ກ່ຽວກັບລິຂະສິດ ແລະ ສິດກ່ຽວຂ້ອງກັບລິ 8. ຊຸກຍູ້ ແລະ ສົ່ງເສີມ ວຽກງານການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; 9. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານອົງການຈັດຕັ້ງລິຂະສິດແບບລວມໝູ່; 10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃຫ້ ຂັ້ນເທິງຊາບຢ່າງເປັນປົກກະຕິ; 11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ. 15 ມາດຕາ 31 ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ,ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້: 1. ຮັບຄໍາຮ້ອງ, ກວດຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງເອກະສານ ກ່ຽວກັບການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເພື່ອສົ່ງຕໍ່ໃຫ້ກົມຊັບສິນທາງປັນຍາ ; 2. ນໍາສົ່ງ ສໍານວນຄໍາຮ້ອງ, ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ກົມຊັບສິນທາງປັນຍາ; 3. ມອບໝາຍຄວາມຮັບຜິດຊອບໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຕາມ ຄວາມເໝາະສົມ; 4. ຊຸກຍູ້ ແລະ ສົ່ງເສີມ ວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ; 5. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຢ່າງເປັນປົກກະຕິ; 6. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງກົມຊັບສິນທາງປັນຍາ. ໝວດທີ 9 ບົດບັນຍັດສຸດທ້າຍ ມາດຕາ 32 ການຈັດຕັ້ງປະຕິບັດ ມອບໃຫ້ກົມຊັບສິນທາງປັນຍາ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອ ເຜີຍແຜ່ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ. ມາດຕາ 33 ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ສີ່ສິບຫ້າ ວັນ ແລະ ໄດ້ລົງໃນຈົດໝາຍເຫດທາງ ລັດຖະການ. ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງ ວ່າດ້ວຍ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ສະບັບເລກ ທີ 2824/ກວຕ, ລົງວັນທີ 11 ທັນວາ 2019. ຊຸ ລັດຖະມົນຕີ 16 ມະໄລທອງ ກົມມະສິດ